ບໍລິສັດ ເອພີໄອເອັສ ຈຳກັດ ໄດ້ຮັບການສ້າງຕັ້ງເປັນທາງການໃນວັນທີ 13/09/2001 ເປັນບໍລິສັດຮຸ້ນສ່ວນເອກະຊົນ. ມີທັງໝົດ 7 ຂາຮຸ້ນ ໂດຍມີຂາຮຸ້ນພາຍໃນ 6 ແລະ ຕ່າງປະເທດ 1. ພາຍຫຼັງທີ່ດຳເນີນທຸລະກິດໄດ້ໄລຍະໜຶ່ງ ຂາຮຸ້ນຕ່າງປະເທດ ໄດ້ມີການຖອດຖອນຮຸ້ນອອກໄປ ຍັງເຫຼືອແຕ່ຂາຮຸ້ນພາຍໃນປະເທດ ຈຶ່ງຖືວ່າເປັນບໍລິສັດຮຸ້ນສ່ວນເອກະຊົນພາຍໃນ 100%.
ບໍລິສັດ ເອພີໄອເອັສ ຈຳກັດ ເປັນບໍລິສັດທີ່ມີເປົ້າໝາຍດຳເນີນທຸລະກິດດ້ານການພັດທະນາໂປຣແກຣມຄອມພິວເຕີ, ພັດທະນາເວັບໄຊທີ່ເປັນພາສາລາວ ແລະ ພາສາຕ່າງປະເທດ, ຮັບໃຊ້ທັງວຽກງານຂອງລັດ, ລັດວິສາຫະກິດ, ອົງການສາກົນຢູ່ລາວ ແລະ ທຸລະກິດເອກະຊົນທຸກລະດັບ. ປັດຈຸບັນ, ບໍລິສັດໄດ້ມີຜົນງານໃນການອອກແບບ ແລະ ພັດທະນາໂປຣແກຣມບັນຊີການເງິນທີ່ໄດ້ຜ່ານການຮັບຮອງຈາກກະຊວງການເງິນ, ໂປຣແກຣມບັນຊີໂຄງການ, ບັນຊີສາງ, ໂປຣແກຣມຄຸ້ມຄອງພະນັກງານ-ຄິດໄລ່ເງິນເດືອນ ແລະ ໂປຣແກຣມຄຸ້ມຄອງບໍລິຫານຕ່າງໆ ຕາມລູກຄ້າຕ້ອງການ. ບໍລິການທີ່ປຶກສາດ້ານລະບົບໄອທີ, ທີ່ປຶກສາດ້ານລະບົບບັນຊີ ແລະ ອື່ນໆ.
ບໍລິສັດ ເອພີໄອເອັສ ຈຳກັດ ເປັນບໍລິສັດໜຶ່ງທີ່ໄດ້ແຍກໂຕອອກມາຈາກບໍລິສັດ ພີວີເຄ ເທັກຄອມ ຈຳກັດ (PVK Tech-comp Co., Ltd.) ຕັ້ງຢູ່ຖະໜົນດົງປ່າລານ ເມືອງສີສັດຕະນາກ ກຳແພງນະຄອນວຽງຈັນ. ບໍລິສັດ PVK Tech-comp ເປັນບໍລິສັດຈຳໜ່າຍອຸປະກອນຄອມພິວເຕີ ແລະ ພັດທະນາໂປຣແກຣມ.
ເພື່ອໃຫ້ພາກສ່ວນພັດທະນາໂປຣແກຣມ ໄດ້ຂະຫຍາຍໂຕຢ່າງເຕັມສ່ວນ ແລະ ພັດທະນາແບບມືອາຊີບ ຈຶ່ງໄດ້ແຍກໂຕອອກມາສ້າງຕັ້ງເປັນບໍລິສັດ ເອພີໄອເອັສ ຈຳກັດ, ຊື່ຫຍໍ້ມາຈາກຄຳວ່າ Advanced Programming Information System (APIS), ພາສາລາວເອີ້ນວ່າ ບໍລິສັດພັດທະນາໂປຣແກຣມທັນສະໄໝ.
ໃນໄລຍະສ້າງຕັ້ງໃໝ່ ບໍລິສັດມີສຳນັກງານຕັ້ງຢູ່ຖະໜົນທ່າເດື່ອ ບ້ານທາດຂາວ ເມືອງສີສັດຕະນາກ ກຳແພງນະຄອນວຽງຈັນ. ເພື່ອໃຫ້ມີທິມງານເຂັ້ມແຂງ ແລະ ແບ່ງເບົາພາລະຄ່າເຊົ່າສຳນັກງານ ຈຶ່ງມີບໍລິສັດ ເອັສ-ອິນໂຟ ມາຢູ່ຮ່ວມນຳ.
ຕົ້ນປີ 2006 ບໍລິສັດໄດ້ຍົກຍ້າຍສຳນັກງານ ໄປຢູ່ຖະໜົນກຳແພງເມືອງ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈົນເຖິງປີ 2014.
ໃນຊ່ວງເວລານີ້ ບໍລິສັດໄດ້ມີທິມງານພັດທະນາຊອບແວທີ່ເຂັ້ມແຂງ ແລະ ມີໂອກາດເຂົ້າຮ່ວມໂຄງການຂອງພາກລັດຫຼາຍກະຊວງ. ພ້ອມກັນນີ້ ຍັງໄດ້ຮ່ວມມືກັບບໍລິສັດພັດທະນາຊອບແວຈາກ ສສ ຫວຽດນາມ ແລະ ຮ່ວມມືກັບສະຖາບັນເທັກໂນໂລຊີວຽງຈັນ (VIOT) ຈັດການຮຽນການສອນລະດັບຊັ້ນສູງ ພາກວິຊາຄອມພິວເຕີ ແລະ ຂຽນໂປຣແກຣມ.
ແຕ່ປີ 2014 ຮອດປັດຈຸບັນ ສຳນັກງານຕັ້ງຢູ່ຖະໜົນມິດຕະພາບ ລາວ-ໄທ ບ້ານທົ່ງພານທອງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ.